ປະສົບການໃນໄລຍະເຮັດວຽກຜ່ານມາມີຄື: ເປັນຜູ້ຮັບຜິດຊອບບັນລະຍາຍປະຫັວດສາດມູນເຊື້ອການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າໃນແຕ່ລະທ້ອງຖິ່ນ ຕ້ານກັບພວກຈັກກະພັດແບບເກົ່າ ແລະ ແບບໃໝ່ ທີ່ເຂົ້າມາຮຸກຮານ ສ ປ ປ ລາວ. ນອກນັ້ນ, ຍັງຖືກການຈັດຕັ້ງສົ່ງໄປຝຶກອົບຮົມວຽກງານຕ່າງໆເຊັ່ນ: ໃນປີ 2011 ໄປຝຶກອົບຮົມ ພາສາອິນໂດເນເຊຍ ຢູ່ສະຖານທູດອິນໂດເນເຊຍ ປະຈໍາ ສປປ ລາວ ໃນໄລຍະ 9 ເດືອນ, ໃນປີ 2012 ໄປຝຶກອົບຮົມວຽກງານຫໍພິພິທະພັນ ຢູ່ສສ ຫວຽດນາມ ໃນໄລຍະ 1 ເດືອນ, ໃນປີ 2013 ໄປຝຶກອົບຮົມວຽກງານ ຂໍ້ມູນຂ່າວສານ ທີ່ສູນຝຶກອົບຮົມ ລາວ - ສິງກະໂປ ທີ່ນະຄອນຫຼວງວຽງຈັນ ໃນໄລຍະ 1 ເດືອນ, ໃນປີ 2014 ໄປຝຶກອົບຮົມ ການຂຽນວຽກທຸລະກິດອາຊຽນ ທີ່ສູນຝຶກອົບຮົມ ລາວ - ສິງກະໂປ ທີ່ນະຄອນຫຼວງວຽງຈັນ ໃນໄລຍະ 1 ເດືອນ ແລະ ໃນປັດຈຸບັນກໍາລັງໄປຝຶກອົບ ພາສາອັງກິດ ຢູ່ທີ່ວິທະຍາໄລວຽງຈັນ ໃນໄລຍະ 6 ເດືອນ.